
ຕໍ່າແໜ່ງວຽກ: Media Assistant (VDO Production & Virtual Studio Screening)
ປະເພດວຽກ: ເຕັມເວລາ
ກ່ຽວກັບຕໍາແໜ່ງ:
ພວກເຮົາກໍາລັງຄົ້ນຫາ ຜູ້ຊ່ວຍສື່ມວນຊົນ ທີ່ມີຄວາມຄິດສ້າງສັນ ແລະ ໃສ່ໃຈລາຍລະອຽດ ເພື່ອສະໜັບສະໜູນການຜະລິດ VDO, ການຄວບຄຸມຫ້ອງຖ່າຍເສື່ອນຈາກສະເໝືອນຈິງ ແລະ ການຕະຫຼາດອອນໄລນ໌ໃນນາມບໍລິສັດໃນກຸ່ມຂອງເຮົາ. ທ່ານຈະຮັບຜິດຊອບໃນການຕັດຕໍ່ສ້າງວິດີໂອຄຸນນະພາບສູງ ສໍາລັບ YouTube, TikTok, LinkedIn, Facebook ແລະ ແພລດຟອມດິຈິຕອນອື່ນໆ ເພື່ອສ້າງຄວາມເຂົ້າເຖິງແບບອອນໄລນ໌ໃນຕະຫຼາດລາວ.
ຫນ້າທີ່ຮັບຜິດຊອບ:
- ຊ່ວຍຈັດຕັ້ງ, ຄວບຄຸມ ແລະ ບໍລິຫານຫ້ອງຖ່າຍເສື່ອນຈາກສະເໝືອນຈິງ ສໍາລັບໂຄງການພາຍໃນ ແລະ ພາຍນອກ.
- ບັນທຶກ, ຕັດຕໍ່ ແລະ ຜະລິດສື່ວິດີໂອ ສໍາລັບແພລດຟອມດິຈິຕອນຕ່າງໆ ດັ່ງເຊັ່ນ YouTube, TikTok, LinkedIn ແລະ Facebook.
- ປະສານງານກັບທີມການຕະຫຼາດ ແລະ ສື່ສານ ເພື່ອວາງແຜນແລະຜະລິດເນື້ອຫາສື່ທີ່ນ່າສົນໃຈ ຕາມແນວທາງຂອງແບຣນ.
- ຮັບປະກັນວ່າວິດີໂອທຸກຊິ້ນໄດ້ຮັບການຕັດຕໍ່ໃຫ້ມີມາດຕະຖານສູງ, ລວມທັງປັບແຕ່ງສີ, ສຽງ ແລະ ການເຄື່ອນໄຫວ (Motion Graphics) ເມື່ອຈໍາເປັນ.
- ຈັດລຽງ ແລະ ບໍລິຫານໄຟລ໌ວິດີໂອ ແລະ ຟຸດເທດດິບ.
- ຊ່ວຍໃນການຖ່າຍທອດສົດງານອີເວັນ ຫຼື ການສົນທະນາອອນໄລນ໌ (Webinars) ເມື່ອຈໍາເປັນ.
- ຕິດຕາມແນວໂນ້ມການຕະຫຼາດຜ່ານວິດີໂອ ແລະ ແນະນໍາໄອເດຍໃຫມ່ໆ ເພື່ອເພີ່ມປະສິດທິຜົນການມີສ່ວນຮ່ວມ.
- ປະສານງານກັບຜູ້ຈັດຈ້າງພາຍນອກ ເມື່ອຈໍາເປັນ.
ຄຸນສົມບັດ:
- ມີປະສົບການໃນການຜະລິດແລະຕັດຕໍ່ວິດີໂອ (ຕ້ອງມີຜົນງານ).
- ມີຄວາມຄຸ້ນເຄີຍກັບຊອບແວຄວບຄຸມຫ້ອງຖ່າຍສະເໝືອນຈິງ (ຕົວຢ່າງ: OBS, vMix, 3D Max, Maya ຫຼື ແອັບອື່ນໆ).
- ຊໍານານໃນຊອບແວຕັດຕໍ່ວິດີໂອ (Adobe Premiere Pro, After Effects, Final Cut Pro, DaVinci Resolve ຫຼື ແອັບທີ່ຄ້າຍຄືກັນ).
- ມີຄວາມຮູ້ກ່ຽວກັບຂະຫນາດ ແລະ ມາດຕະຖານວິດີໂອໃນແພລດຟອມໂຊເຊີມີເດຍ.
- ມີທັກສະເບື້ອງຕົ້ນໃນດ້ານອອກແບບກາຟິກແລະ Motion Graphics (ເຊັ່ນ After Effects, Canva).
- ໃສ່ໃຈລາຍລະອຽດ, ຄິດສ້າງສັນ ແລະ ມີຄວາມສາມາດເລົ່າເລື່ອງໄດ້ດີ.
- ບໍລິຫານເວລາໄດ້ດີ ແລະ ຮັບມືກັບຫຼາຍໂຄງການໃນເວລາດຽວກັນໄດ້.
- ສາມາດເຮັດວຽກໄດ້ເອງ ແລະ ປະສານງານເປັນທີມ.
- ໃຊ້ພາສາລາວໄດ້ຄ່ອນຂ້າງຄ່ອງ ແລະ ມີພື້ນຖານພາສາອັງກິດໄດ້ແມ່ນຂໍ້ໄດ້ປຽບ.
ປະສົບການທີ່ພຶງປະສົບ:
- ມີປະສົບການ 1–2 ປີ ໃນດ້ານການຜະລິດສື່, ອອກອາກາດ, ການຕະຫຼາດດິຈິຕອນ ຫຼື ດ້ານທີ່ຄ້າຍຄື.
- ມີຄວາມຄຸ້ນເຄີຍກັບແນວໂນ້ມໂຊເຊີມີເດຍໃນລາວ.
ສະຫຼຸບຜົນປະໂຫຍດ:
- ໂອກາດເຮັດວຽກກັບຫຼາຍບໍລິສັດໃນກຸ່ມທີ່ເຕີບໂຕໄດ້ດີ.
- ສະພາບແວດລ້ອມການເຮັດວຽກທີ່ສ້າງສັນ ແລະ ມີໂອກາດພັດທະນາຕົນເອງ.
- ເງິນເດືອນແລະລາງວັນຈູງໃຈຂຶ້ນກັບຜົນງານ.
- ການຝຶກອົບຮົມ ແລະ ການພັດທະນາວິຊາຊີບ.
ຜູ້ສົນໃຈ ສາມາດສົ່ງປະຫວັດ (CV) ຂອງທ່ານໄປທີ່: naxseresearch@gmail.com ຫຼື ໂທຕິດຕໍ່ຝ່າຍ HR ໂດຍກົງທີ່: +856 20 22 991 889
ຂໍ້ມູນເພີ່ມເຕີມ: www.naxse.com
ສະຖານທີ່ສຳນັກງານ: ບ້ານໂພນທັນ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ